ຂໍ້ຈໍາກັດຂອງຄວາມຮັບຜິດຊອບ

ຂໍ້ຈໍາກັດຂອງຄວາມຮັບຜິດຊອບ

ຂໍ້ຈໍາກັດຂອງຄວາມຮັບຜິດຊອບ ແລະ ຂໍ້ກຳນົດ

1. ຂໍ້ຈໍາກັດຂອງຄວາມຮັບຜິດຊອບ

ເວັບໄຊທ໌ນີ້ບໍ່ໄດ້ມີການຮັບປະກັນໃດໆກ່ຽວກັບ ຄວາມຖືກຕ້ອງ ຫຼື ຄວາມຫນ້າເຊື່ອຖືຂອງຂໍ້ມູນ (ຕໍ່ໄປນີ້ເອີ້ນວ່າ "ຂໍ້ມູນ") ທີ່ມີຢູ່ໃນເວັບໄຊທ໌ນີ້, ການກະຈາຍ ຫຼື ການສົ່ງຕໍ່ຂໍ້ມູນ ຜ່ານເວັບໄຊທ໌ນີ້, ຫຼື ການເຂົ້າເຖິງບໍລິການທີ່ມີຢູ່ໃນເວັບໄຊທ໌ນີ້, ລວມທັງການເຊື່ອມຕໍ່, ການດາວໂຫລດ, ການໂຄສະນາ ແລະ ອື່ນໆ, ນອກນັ້ນກໍບໍ່ໄດ້ມີການຮັບປະກັນໃດໆກ່ຽວກັບຄຸນນະພາບຂອງຜະລິດຕະພັນ ຫຼື ເນື້ອຫາອື່ນໆທີ່ສະແດງ (ຕໍ່ໄປນີ້ເອີ້ນວ່າ "ຜະລິດຕະພັນ") ທີ່ມາຈາກການໂຄສະນາ, ຈາກຂໍ້ມູນອື່ນໆ ຫຼື ຂໍ້ສະເຫນີ ກ່ຽວຂ້ອງກັບການບໍລິການຕ່າງໆ..

ທ່ານຮັບຮູ້ແລ້ວວ່າການເພິ່ງພາ ຂໍ້ມູນຕ່າງໆ ແມ່ນມີຄວາມສ່ຽງ ເນື່ອງຈາກບໍ່ ມີການຮັບປະກັນກ່ຽວກັບຄວາມຖືກຕ້ອງ. ທາງເວັບໄຊທ໌ບໍ່ມີພັນທະໃນການແກ້ໄຂເນື້ອຫາຂໍ້ມູນ ແລະ ການບໍລິການທີ່ມີຢູ່ ແຕ່ອາດມີິການປັບປຸງພັດທະນາຕາມຄວາມຮຽກຮ້ອງ.

ເວັບໄຊຈະສະໜອງຂໍ້ມູນ ແລະ ການບໍລິການ “ຕາມທີ່ຄວນເທົ່ານັ້ນ” ແລະ ຂໍປະຕິເສດການຮັບປະກັນທັງໝົດ ລວມເຖິງບໍ່ຮັບປະກັນໃນການຊື້ຂາຍ ແລະ ຄວາມເຂົ້າກັນຂອງເນື້ອໃນຂໍ້ມູນທີ່ຕ້ອງການຕ່າງໆອັນກ່ຽວຂ້ອງກັບຂໍ້ມູນ ແລະ ການບໍລິການຂອງເວັບໄຊທ໌. ບໍ່ມີກໍລະນີ ທີ່ເວັບໄຊຈະຮັບຜິດຊອບຕໍ່ຄວາມເສຍຫາຍຕ່າງໆທີ່ເກີດຂຶ້ນ ທັງທາງກົງ, ທາງອ້ອມ, ໂດຍບັງເອີນ, ການລົງໂທດ ຫຼື ຜົນກະທົບໃດໆທີ່ກ່ຽວຂ້ອງກັບການບໍລິການ, ອຸປະກອນ, ແລະຜະລິດຕະພັນ.

ເມື່ອເຂົ້າເຖິງອິນເຕີເນັດຜ່ານເວັບໄຊທ໌ນີ້ ກະລຸນາໃຊ້ດຸນພິນິດຂອງຕົນເອງໃນການໄຕ່ຕອງ.

ເວັບໄຊທ໌ນີ້ອາດຈະເຊື່ອມຕໍ່ກັບເວັບໄຊທ໌ທີ່ມີຂໍ້ມູນທີ່ບາງຄົນອາດຈະເບິ່ງວ່າຫນ້າລັງກຽດ ຫຼື ບໍ່ເຫມາະສົມ. ໃນນີ້ ພວກເຮົາບໍ່ມີການຮັບປະກັນໃດໆກ່ຽວກັບການກວດສອບເນື້ອຫາຂອງເວັບໄຊ ຫຼື ຂໍ້ມູນໃດໆທີ່ລະບຸໄວ້ໃນເວັບໄຊນີ້ ແລະ ບໍ່ຮັບຜິດຊອບຕໍ່ ຄວາມຖືກຕ້ອງ, ການປະຕິບັດຕາມລິຂະສິດ, ຄວາມຖືກຕ້ອງທາງກົດໝາຍ ຫຼື ຫຼັກສິນທຳຂອງເນື້ອຫາໃນເວັບໄຊ ຫຼື ຂໍ້ມູນໃດໆທີ່ລະບຸໄວ້ໃນເວັບໄຊ ຫຼື ເອກະສານນີ້.

ເວັບໄຊທ໌ນີ້ເຄົາລົບສິດທິຂອງຜູ້ອື່ນ, ລວມທັງສິດທິຊັບສິນທາງປັນຍາ, ແລະ ຄາດຫວັງວ່າຜູ້ໃຊ້ຈະເຮັດເຊັ່ນດຽວກັນ. ຖ້າຈໍາເປັນ, ເວັບໄຊທ໌ນີ້ອາດຈະໃຊ້ມາດຕະການຈໍາກັດການໃຊ້ບໍລິການຕາມການຕັດສິນໃຈຂອງຕົນ ໂດຍບໍ່ມີການແຈ້ງໃຫ້ຜູ້ໃຊ້ທີ່ລະເມີດສິດຮັບຮູ້ລ່ວງໜ້າ.

2. ການປ່ຽນແປງຂໍ້ຈໍາກັດຂອງຄວາມຮັບຜິດຊອບ ແລະ ຂໍ້ກຳນົດ

ເວັບໄຊທ໌ນີ້ອາດປ່ຽນແປງເນື້ອໃນຂອງຂໍ້ຈໍາກັດຄວາມຮັບຜິດຊອບ ແລະ ຂໍ້ກຳນົດໄດ້ຕະຫຼອດເວລາໂດຍທີ່ບໍ່ມີການແຈ້ງການລ່ວງຫນ້າ ຕໍ່ກັບການເຄື່ອນໄຫວທາງອິນເຕີເນັດ.

3. ຂໍ້ຈໍາກັດຂອງຄວາມຮັບຜິດຊອບ ແລະ ຜົນກະທົບຂອງຂໍ້ກຳນົດ

ຂໍ້ຈໍາກັດຂອງຄວາມຮັບຜິດຊອບ ແລະ ລາຍລະອຽດທີ່ຢູ່ໃນຂໍ້ກຳນົດ ແມ່ນຂໍ້ຕົກລົງລວມລະຫວ່າງພາກສ່ວນທີ່ກ່ຽວຂ້ອງ. ໃນກໍລະນີມີການຂັດແຍ້ງກັນກ່ຽວກັບຂໍ້ກໍານົດ ແລະ ເງື່ອນໄຂ ແລະ ການບໍລິການສ່ວນບຸກຄົນຂອງເວັບໄຊທ໌ນີ້. ຂໍ້ກໍານົດ ແລະ ເງື່ອນໄຂ ຫຼື ແຈ້ງການແຍກຕ່າງຫາກ ຈະຖືວ່າມີຄວາມສໍາຄັນເປັນອັນດັບແລກ.

ປະກາດ


​ຫຼ້າ​ສຸດ


ຄໍາຄິດເຫັນໃໝ່