ການແນະນໍານະໂຍບາຍຂໍ້ມູນຄວາມເປັນສ່ວນຕົວ

ການແນະນໍານະໂຍບາຍຂໍ້ມູນຄວາມເປັນສ່ວນຕົວ

ການແນະນໍານະໂຍບາຍຂໍ້ມູນຄວາມເປັນສ່ວນຕົວ

ມາດຕາ 1: ຂໍ້ມູນທົ່ວໄປ
  1. ເວັບໄຊດ໌ນີ້ ໃຫ້ຄວາມສໍາຄັນຫຼາຍໃນການຮັກສາຂໍ້ມູນຄວາມເປັນສ່ວນຕົວຂອງທ່ານ ແລະ ປະຕິບັດຕາມ 『ຂໍ້ແນະນໍາການຮັກສາຂໍ້ມູນຄວາມເປັນສ່ວນຕົວ』
  2. ເວັບໄຊດ໌ນີ້ ຈະແຈ້ງໃຫ້ທ່ານຮູ້ກ່ຽວກັບວິທີການໃຊ້ຂໍ້ມູນສ່ວນຕົວທີ່ທ່ານໄດ້ໃຫ້ໄວ້ ຜ່ານນະໂຍບາຍຄວາມເປັນສ່ວນຕົວ ແລະ ມາດຕະການຂໍ້ໃດທີ່ຖືກນໍາມາໃຊ້ ເພື່ອຮັກສາຂໍ້ມູນສ່ວນຕົວຂອງທ່ານ.
  3. ເວັບໄຊດ໌ນີ້ຈະດໍາເນີນການ ເພື່ອໃຫ້ທ່ານໜັ້ນໃຈວ່າ ສາມາດເຂົ້າເບີ່ງນະໂຍບາຍຄວາມເປັນສ່ວນຕົວໄດ້ຕະຫຼອດເວລາ ໂດຍການວາງໄວ້ຢູ່ດ້ານລຸ່ມໜ້າທໍາອິດຂອງເວັບໄຊດ໌.
  4. ຖ້າເວັບໄຊດ໌ນີ້ ມີການແກ້ໄຂນະໂຍບາຍການຈັດການຂໍ້ມູນຄວາມເປັນສ່ວນຕົວ ທ່ານກໍ່ຈະໄດ້ຮັບແຈ້ງຜ່ານໜ້າຂອງເວັບໄຊດ໌ ( ຫຼື ແຈ້ງຜ່ານລາຍບຸກຄົນ)
ມາດຕາ 2: ການຍິນຍອມໃຫ້ເກັບກໍາຂໍ້ມູນຄວາມເປັນສ່ວນຕົວ
ພວກເຮົາໄດ້ສ້າງຂັ້ນຕອນ ເພື່ອໃຫ້ທ່ານເລືອກຄລິກປຸ່ມ 「ຕົກລົງ」 ຫຼື 「ບໍ່ເຫັນດີ」 ກ່ຽວກັບຂໍ້ກໍານົດ ແລະ ເງື່ອນໄຂການໃຊ້ງານ ຫຼື ນະໂຍບາຍຄວາມເປັນສ່ວນຕົວຂອງເວັບໄຊດ໌ນີ້, ຖ້າຫາກທ່ານຄລິກໃສ່ປຸ່ມ 「ຕົກລົງ」 ຈະຖືວ່າທ່ານໄດ້ຍິນຍອມໃຫ້ເກັບກໍາຂໍ້ມູນຄວາມເປັນສ່ວນຕົວໄດ້.
ມາດຕາ 3: ຈຸດປະສົງການໃຊ້ງານ ແລະ ການເກັບກໍາຂໍ້ມູນຄວາມເປັນສ່ວນຕົວ
  1. ເວັບໄຊດ໌ນີ້ຈະເກັບກໍາຂໍ້ມູນຄວາມເປັນສ່ວນຕົວ ເພື່ອຈຸດປະສົງຕໍ່ໄປນີ້:
    1. ການເຮັດຂໍ້ຕົກລົງ ເພື່ອສະດວກໃນການໃຫ້ບໍລິການ: ການລະບຸ ແລະ ຢືນຢັນຕົວຕົນ
    2. ການດໍາເນີນການໃຫ້ບໍລິການ
    3. ການບໍລິຫານຈັດການສະມາຊິກ: ປະກອບມີ ການຢັ້ງຢືນຕົວຕົນ, ການລະບຸຕົວຕົນ, ການຢັ້ງຢືນອາຍຸ, ແລະ ການຈັດການຂໍ້ຮຽກຮ້ອງຕ່າງໆ ໂດຍອີງຕາມການໃຊ້ບໍລິການການເປັນສະມາຊິກ.
    4. ແນະນໍາຂໍ້ມູນກ່ຽວກັບການໃຊ້ບໍລິການ ຫຼື ກິດຈະກໍາໃໝ່ອື່ນໆ
  2. ເຖິງແນວໃດກໍ່ຕາມ, ເວັບໄຊດ໌ບໍ່ໄດ້ເກັບກໍາຂໍ້ມູນຄວາມເປັນສ່ວນຕົວທີ່ລະອຽດ (ເຊື້ອຊາດ ແລະ ຊົນເຜົ່າ, ອຸດົມການ ແລະ ຄວາມເຊື້ອ, ສະຖານທີ່ເກີດ ແລະ ສະຖານທີ່ຢູ່ອາໄສ, ແນວຄວາມຄິດທາງດ້ານການເມືອງ, ປະຫວັດການກະທໍາຜິດທາງກົດໝາຍ, ສະຖະນະສຸຂະພາບ ແລະ ອື່ນໆ) ທີ່ອາດຈະລະເມີດສິດທິມະນຸດຂັ້ນພື້ນຖານຂອງຜູ້ໃຊ້ງານໄດ້.
ມາດຕາ 4: ລາຍການເກັບກໍາຂໍ້ມູນຄວາມເປັນສ່ວນຕົວ
ເວັບໄຊດ໌ນີ້ ຈະເກັບກໍາຂໍ້ມູນຄວາມເປັນສ່ວນຕົວ ເຊັ່ນ: ການສະໝັກເປັນສະມາຊິກ, ການປຶກສາ ແລະ ການໃຊ້ບໍລິການ.
  1. ລາຍການເກັບກໍາ : ຊື່, ວັນເດືອນປີເກີດ, ເພດ, ໄອດີເຂົ້າລະບົບ, ລະຫັດຜ່ານ, ເບີໂທລະສັບຕັ້ງໂຕະ, ທີ່ຢູ່, ເບີໂທລະສັບມືຖື, ອີເມລ, ເລກບັດປະຈໍາຕົວ, ບັນທຶກການເຂົ້າໃຊ້ງານ, ບັນທຶກຂໍ້ມູນ IP
  2. ວິທີການເກັບກໍາຂໍ້ມູນຄວາມເປັນສ່ວນຕົວ: ໜ້າທໍາອິດ (ລົງທະບຽນສະມາຊິກ)
ມາດຕາ 5: ການຕິດຕັ້ງ, ການໃຊ້ງານ ແລະ ການປະຕິເສດການໃຊ້ງານ ຂອງລະບົບການເກັບກໍາຂໍ້ມູນ ຄວາມເປັນສ່ວນຕົວແບບອັດຕະໂນມັດ
ເວັບໄຊດ໌ນີ້ ໄດ້ນໍາໃຊ້ການ 'ຄຸກກີ້(cookie)' ສໍາລັບການເກັບຮັກສາ ແລະ ຄົ້ນຫາຂໍ້ມູນກ່ຽວກັບທ່ານເປັນບາງຄັ້ງ. ຄຸກກີ້ແມ່ນຂໍ້ມູນຈໍານວນໜຶ່ງທີ່ເວັບໄຊດ໌ສົ່ງໄປຫາເບຼົາເຊີຣ໌(browser)ຄອມພິວເຕີຂອງທ່ານ. ເມື່ອທ່ານເຂົ້າສູ່ເວັບໄຊດ໌ ຄອມພິວເຕີ ຈະອ່ານເນື້ອຫາຂອງຄຸກກີ້ໃນເບຼົາເຊີຣ໌ຂອງທ່ານ, ຄົ້ນຫາຂໍ້ມູນເພີ່ມເຕີ່ມກ່ຽວກັບຕົວທ່ານ ເທິງຄອມພິວເຕີ ແລະ ສາມາດໃຊ້ງານໃນຄັ້ງຕໍ່ໄປ ໂດຍບໍ່ຕ້ອງປ້ອນຊື່ຂອງທ່ານເຂົ້າລະບົບອີກ.

ຄຸກກີ້ຈະລະບຸຄອມພິວເຕີຂອງທ່ານ, ແຕ່ຈະບໍ່ລະບຸຕົວຕົນຂອງທ່ານເປັນການສ່ວນຕົວ. ນອກຈາກນີ້ ທ່ານຍັງມີຕົວເລືອກກ່ຽວກັບການຄຸກກີ້ໃນການໃຊ້ງານອີກດ້ວຍ. ໃນການປັບຕົວເລືອກຂອງເບຼົາເຊີຣ໌ ທ່ານສາມາດເລືອກທີ່ຈະຍອມຮັບການຄຸກກີ້ທັງໝົດ, ສົ່ງການແຈ້ງເຕືອນເມື່ອມີການຕິດຕັ້ງຄຸກກີ້ ຫຼື ປະຕິເສດການຄຸກກີ້ທັງໝົດ.

  1. ສ້າງເປົ້າໝາຍການຕະຫຼາດ ແລະ ບໍລິການສ່ວນບຸກຄົນ ໂດຍການວິເຄາະຄວາມຖີ່ໃນການເຂົ້າເຖິງຂອງຜູ້ໃຊ້ງານ ແລະ ເວລາເຂົ້າເບີ່ງ, ລະບຸຄວາມມັກ ແລະ ຄວາມສົນໃຈຂອງຜູ້ໃຊ້ງານ, ຕິດຕາມຈໍານວນຄັ້ງໃນການເຂົ້າເບີ່ງ ແລະ ກໍານົດລະດັບການມີສ່ວນຮ່ວມໃນກິດຈະກໍາຕ່າງ.
  2. ວິທີປະຕິເສດການຕັ້ງຄ່າຄຸກກີ້: ຖ້າຕ້ອງການປະຕິເສດການຕັ້ງຄ່າຄຸກກີ້ ທ່ານຕ້ອງອະນຸຍາດການຄຸກກີ້ທັງໝົດ, ຢືນຢັນທຸກຄັ້ງທີ່ທ່ານບັນທຶກຄຸກກີ້ ຫຼື ປະຕິເສດທີ່ຈະບັນທຶກຄຸກກີ້ທັງໝົດ ໂດຍການເລືອກຕົວເລືອກໃນເບຼົາເຊີຣ໌ທີ່ທ່ານນໍາໃຊ້ຢູ່.
  3. ຕົວຢ່າງວິທີການຕັ້ງຄ່າ: ກົດເຂົ້າໄປທີ່ Internet Explorer → ເຄື່ອງມືທີ່ຢູ່ດ້ານເທິງຂອງເບຼົາເຊີຣ໌ > Internet Options > Personal Information
  4. ເຖິງແນວໃດກໍ່ຕາມ, ຖ້າທ່ານປະຕິເສດການຕັ້ງຄ່າຄຸກກີ້ ອາດເກີດບັນຫາໃນການບໍລິການໄດ້.
ມາດຕາ6: ການນໍາໃຊ້ເພື່ອຈຸດປະສົງອື່ນ ແລະ ການສະໜອງໃຫ້ບຸກຄົນທີສາມ
  1. ເວບໄຊດ໌ນີ້ນໍາໃຊ້ຂໍ້ມູນສ່ວນໂຕຂອງທ່ານພາຍໃຕ້ຂອບເຂດທີ່ລະບຸໄວ້ໃນ’ຈຸດປະສົງຂອງການເກັບກໍາຂໍ້ມວນສ່ວນບຸກຄົນ ແລະ ການນໍາໃຊ້ ແລະ ຈະບໍ່ມີການນໍາໃຊ້ຂໍ້ມູນດັ່ງກ່າວເກີນຂອບເຂດທີ່ກໍານົດ ພ້ອມທັງຈະບໍ່ມີການສະໜອງຂໍ້ມູນໃດໆໃຫ້ແກ່ບຸກຄົນ ຫຼື ໜ່ວຍງານຈັດຕັ້ງອື່ນ.
  2. ເຖິງຢ່າງໃດກໍ່ຕາມ ເພື່ອໃຫ້ການບໍລິການທີ່ມີປະສິດທິພາບທີ່ດີຂຶ້ນ ພວກເຮົາອາດຈະສະໜອງຂໍ້ມູນສ່ວນ ໂຕຂອງທ່ານໃຫ້ແກ່ບໍລິສັດໃນສັງກັດ(ສາຂາ)ຂອງພວກເຮົາ, ເຊິ່ງກໍລະນີນີ້ເພື່ອຂໍຮັບການດຫັນດີຈາກທ່ານ ພວກເຮົາ ຈະແຈ້ງໃຫ້ທ່ານຮັບຊາບລ່ວງໜ້າຜ່ານທາງອີເມລ ແລະ ເປັນລາຍລັກອັກສອນກ່ຽວກັບຂໍ້ມູນບໍ ລິສັດສາຂາ,ຂໍ້ມູນສ່ວນໂຕຂອງທ່ານທີ່ຈະສະໜອງໃຫ້ທາງບໍລິສັດສາຂາແມ່ນຫຍັງ, ເປັນຫຍັງຕ້ອງສະໜອງຂໍ້ມູນ ດັ່ງກ່າວ ແລະ ຈະມີການປ້ອງກັນ-ບໍລິຫານຈັດການຂໍ້ມູນດັ່ງກ່າວແນວໃດ ແລະ ຈົນຮອດຕອນໃດ. ຖ້າຫາກທ່ານບໍ່ເຫັນດີ, ພວກເຮົາຈະບໍ່ສະໜອງ ຫຼື ແບ່ງປັນຂໍ້ມູນສ່ວນໂຕຂອງທ່ານ ກັບບໍລິສັດທີ່ກ່ຽວຂ້ອງ.
  3. ໂດຍຕາມຫຼັກການແລ້ວ ຂໍ້ມູນສ່ວນໂຕຂອງຜູ້ໃຊ້ຈະບໍ່ສາມາດເປີດເຜີຍຕໍ່ພາຍນອກໄດ້ນອກຈາກຈະມີຂໍ້ຍົກເວັັ້ນ ຕາມກໍລະນີດັ່ງລຸ່ມນີ້:
    1. ກໍລະນີໄດ້ຮັບການເຫັນດີຈາກຜູ້ໃຊ້ງານລ່ວງໜ້າ
    2. ກໍລະນີມີການຮ້ອງຂໍຂໍ້ມູນຈາກໜ່ວຍງານສືບສວນ-ສອບສວນໂດຍອີງຕາມລະບຽບກົດໝາຍ.
ມາດຕາ7: ການເຂົ້າເຖິງ ແລະ ການແກ້ໄຂຂໍ້ມູນຄວາມເປັນສ່ວນຕົວ
  1. ທ່ານສາມາດເຂົ້າເຖິງ ຫຼື ແກ້ໄຂຂໍ້ມູນຄວາມເປັນສ່ວນຕົວຂອງທ່ານທີ່ໄດ້ລົງທະບຽນໄວ້ ໄດ້ທຸກເວລາ. ຖ້າຫາກທ່ານຕ້ອງການເບິ່ງ ຫຼື ແກ້ໄຂຂໍ້ມູນຄວາມເປັນສ່ວນຕົວ ທ່ານສາມາດ ກົດໄປທີ່ ’ແກ້ໄຂຂໍ້ມູນສະມາຊິກ’ ເພື່ອເຂົ້າເບິ່ງ ຫຼື ແກ້ໄຂຂໍ້ມູນຄວາມເປັນສ່ວນຕົວດ້ວຍຕົນເອງ ຫຼື ຕິດຕໍ່ຫາຜູ້ຮັບຜິດຊອບໃນການຈັດການຂໍ້ມູນຄວາມເປັນສ່ວນຕົວຜ່ານທາງອີເມລ ເພື່ອດໍາເນີນການໃຫ້.
  2. ໃນກໍລະນີ ທີ່ທ່ານຮຽກຮ້ອງໃຫ້ມີການແກ້ໄຂຂໍ້ຜິດພາດໃນຂໍ້ມູນຄວາມເປັນສ່ວນຕົວຂອງທ່ານ, ທ່ານຈະບໍ່ສາມາດໃຊ້ຂໍ້ມູນດັ່ງກ່າວ ຈົນກ່ວາຂະບວນການແກ້ໄຂຈະສໍາເລັດ.
ມາດຕາ 8: ການຍົກເລີກການຍິນຍອມໃຫ້ເກັບກໍາ, ການນໍາໃຊ້ ແລະ ການສະໜອງກ່ຽວກັບຂໍ້ມູນຄວາມເປັນສ່ວນຕົວ
  1. ທ່ານສາມາດການຍົກເລີກການຍິນຍອມໃຫ້ເກັບກໍາ, ການນໍາໃຊ້ ແລະ ການສະໜອງກ່ຽວກັບຂໍ້ມູນຄວາມເປັນສ່ວນຕົວໄດ້ທຸກເວລາ ໂດຍເຂົ້າໄປທີ່ 'ໜ້າຂອງຂ້ອຍ(My page)' ແລະ ກົດໃສ່ຄໍາວ່າ 'ຍົກເລີກສະມາຊິກ' ຫຼື ຕິດຕໍ່ຫາຜູ້ຮັບຜິດຊອບໃນການຈັດການຂໍ້ມູນຄວາມເປັນສ່ວນຕົວຜ່ານທາງອີເມລ ເພື່ອໃຊ້ມາດຕະການດໍາເນີນການ ລົບຂໍ້ມູນຄວາມເປັນສ່ວນຕົວໃຫ້ທ່ານ.
  2. ເວັບໄຊດ໌ນີ້ ຈະໃຊ້ມາດຕະການທີ່ຈໍາເປັນໃນການເກັບກໍາຂໍ້ມູນຄວາມເປັນສ່ວນຕົວຂອງສະມາຊິກ ໂດຍໃຊ້ວິທີ ແລະ ຂັ້ນຕອນ ດຽວກັນກັບເວລາເກັບກໍາຂໍ້ມູນຄວາມເປັນສ່ວນຕົວໃນຊ່ວງທີ່ສະໝັກ ເພື່ອຈັດຕັ້ງປະຕິບັດໃນການດໍາເນີນການຍົກເລີກສະມາຊິກ (ຍົກເລີກການຍິນຍອມ).
ມາດຕາ 9: ໄລຍະເວລາການເກັບຮັກສາ ແລະ ການນໍາໃຊ້ຂໍ້ມູນຄວາມເປັນສ່ວນຕົວ
  1. ໂດຍທົ່ວໄປແລ້ວ ຂໍ້ມູນຄວາມເປັນສ່ວນຕົວຈະຖືກລົບອອກທັນທີ ຫຼັງຈາກທີ່ສໍາເລັດຂະບວນການເກັບກໍາ ແລະ ການນໍາໃຊ້ຂໍ້ມູນດັ່ງກ່າວ. ແຕ່ເຖິງຢ່າງໃດກໍ່ຕາມ ຂໍ້ມູນບາງສ່ວນດ້ານລຸ່ມນີ້ ຈະຖືກເກັບຮັກສາໄວ້ຕາມໄລຍະເວລາທີ່ກໍານົດ ດ້ວຍເຫດຜົນດັ່ງຕໍ່ໄປນີ້:
    1. ຂໍ້ມູນທີ່ເກັບຮັກສາໄວ້: ຂໍ້ມູນການສະໝັກເປັນສະມາຊິກ (ໄອດີເຂົ້າລະບົບ, ຊື່, ຊື່ຫຼິ້ນ)
    2. ເຫດຜົນທີ່ເກັບຮັກສາ: ເພື່ອປ້ອງກັນບໍ່ໃຫ້ສະມາຊິກຄົນອື່ນກັບມາໃຊ້ລະຫັດຂອງສະມາຊິກຜູ້ທີ່ໄດ້ຍົກເລີກໄປ.
    3. ໄລຍະເວລາເກັບຮັກສາ: ເມື່ອເວັບໄຊດ໌ມີການປິດຕົວລົງ ຫຼື ປິດກິດຈະການ.
  2. ໃນກໍລະນີ ຫາກວ່າມີຄວາມຈໍາເປັນທີ່ຈະເກັບຮັກສາຂໍ້ມູນດັ່ງກ່າວຕາມກົດໝາຍທີ່ກ່ຽວຂ້ອງເຊັ່ນ: ກົດໝາຍ ວ່າດ້ວຍການຄ້າ, ບໍລິສັດເກັບຮັກສາຂໍ້ມູນທຸລະກໍາ ແລະ ຂໍ້ມູນສະມາຊິກ ເພື່ອໃຫ້ຄົບຕາມໄລຍະເວລາທີ່ແນ່ນອນ ໂດຍອີງຕາມທີ່ກົດໝາຍກໍານົດໄວ້ເຊັ່ນວ່າ:
    1. ລາຍການທີ່ຕ້ອງເກັບຮັກສາ: ບົດບັນທຶກການຍົກເລີກສັນຍາ ຫຼື ສັນຍາຍົກເລີກການເປັນສະມາຊິກ , ບົດບັນທຶກຄໍາຮ້ອງ ຫຼື ການແກ້ໄຂຂໍ້ຂັດແຍ່ງ.
    2. ໄລຍະເວລາເກັບຮັກສາ: ສັນຍາ ຫຼື ສັນຍາຍົກເລີກການເປັນສະມາຊິກ (ກໍານົດເວລາ 5 ປີ), ຂໍ້ມູນການຊໍາລະເງີນ (ກໍານົດເວລາ 5 ປີ), ບົດບັນທຶກຄໍາຮ້ອງ ຫຼື ການແກ້ໄຂຂໍ້ຂັດແຍ່ງ (ກໍານົດເວລາ 3 ປີ).
  3. ຫຼັງຈາກທີ່ຄົບກໍານົດເວລາທີ່ກ່າວມາຂ້າງເທິງ ຖ້າຫາກກໍລະນີມີຄວາມຈໍາເປັນທີ່ຈະຕ້ອງເກັບຮັກສາຂໍ້ມູນ ຄວາມເປັນສ່ວນຕົວຕໍ່ໄປ ທາງເວັບໄຊດ໌ຈະຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນກ່ອນ.
ມາດຕາ 10: ຂັ້ນຕອນ ແລະ ວິທີການທໍາລາຍຂໍ້ມູນຄວາມເປັນສ່ວນຕົວ
ໂດຍທົ່ວໄປແລ້ວ ຂໍ້ມູນຄວາມເປັນສ່ວນຕົວຈະຖືກລົບທັນທີ ຫຼັງຈາກທີ່ສໍາເລັດຂະບວນການເກັບກໍາ ແລະ ການນໍາໃຊ້ຂໍ້ມູນດັ່ງກ່າວ ເຊິ່ງຈະມີຂັ້ນຕອນ ແລະ ວິທີການດັ່ງຕໍ່ໄປນີ້:
  1. ຂັ້ນຕອນການທໍາລາຍຂໍ້ມູນ: ຂໍ້ມູນທີ່ທ່ານປ້ອນລົງໄປເພື່ອລົງທະບຽນສະໝັກເປັນສະມາຊິກ ແລະ ອື່ນໆ ພາຍຫຼັງທີ່ບັນລຸຈຸດປະສົງໃນການນໍາໃຊ້ແລ້ວ ຂໍ້ມູນດັ່ງກ່າວຈະຖືກຍ້າຍໄປທີ່ຖານຂໍ້ມູນແຍກຕ່າງຫາກ (ກໍລະນີເປັນເຈ້ຍ ຈະແຍກກ່ອງເກັບໄວ້ຕ່າງຫາກ) ແລະ ຈະຖືກເກັບຮັກສາໃນໄລຍະເວລາໃດໜຶ່ງ ໂດຍອີງ ຕາມນະໂຍບາຍພາຍໃນ ຫຼື ອີງຕາມລະບຽບການທີ່ກ່ຽວຂ້ອງ ຫຼັງຈາກນັ້ນກໍ່ຈະດໍາເນີນການທໍາລາຍ, ເຊິ່ງຂໍ້ມູນທີ່ແຍກອອກມານີ້ ຈະບໍ່ຖືກນໍາໃຊ້ເພື່ອຈຸດປະສົງອື່ນ ນອກເຫນືອຈາກການເກັບຮັກສາໄວ້ ຍົກເວັ້ນໃນກໍລະນີທີ່ຈໍາເປັນຕ້ອງໃຊ້ໃນທາງລະບຽບກົດໝາຍ.
  2. ຂໍ້ມູນຄວາມເປັນສ່ວນຕົວທີ່ເກັບໄວ້ໃນຮູບແບບຂອງໄຟລ໌ເອເລັກໂທຣນິກທີ່ຖືກລົບອອກ ໂດຍ ໃຊ້ວິທີການດ້ານວິຊາການ ເຊິ່ງຈະບໍ່ສາມາດກູ້ຄືນໃຫມ່ໄດ້.
ມາດຕາ 11: ການປ້ອງກັນຂໍ້ມູນຄວາມເປັນສ່ວນຕົວຂອງເດັກນ້ອຍ
  1. ກໍລະນີທີ່ເວັບໄຊດ໌ ຫາກມີການເກັບກໍາຂໍ້ມູນຂອງເດັກນ້ອຍທີ່ມີອາຍຸຕໍ່າກ່ວາ14ປີ ຈະຕ້ອງໄດ້ຮັບອະນຸຍາດ ຈາກຜູ້ປົກຄອງ ຫຼື ຕົວແທນທີ່ຖືກຕ້ອງຕາມກົດໝາຍ.
  2. ຕົວແທນຂອງເດັກນ້ອຍທີ່ມີອາຍຸຕໍ່າກ່ວາ 14ປີ ມີສິດຮຽກຮ້ອງໃນການເຂົ້າເບິ່ງ, ແກ້ໄຂ ຫຼື ການຍົກເລີກການຍິນຍອມ ກ່ຽວກັບຂໍ້ມູນຄວາມເປັນສ່ວນຕົວຂອງເດັກນ້ອຍໄດ້, ແລະ ເມື່ອໃດກໍ່ຕາມ ຫາກມີການຮ້ອງຂໍດັ່ງກ່າວທາງເວັບໄຊດ໌ ຈະດໍາເນີນການໃຫ້ໂດຍທັນທີ.
ມາດຕາ 12: ມາດຕະການທາງເຕັກນິກເພື່ອການປ້ອງກັນຂໍ້ມູນຄວາມເປັນສ່ວນຕົວ
ພາຍຫຼັງທີ່ຈັດການຂໍ້ມູນຄວາມເປັນສ່ວນຕົວຂອງທ່ານສໍາເລັດ, ເວັບໄຊດ໌ນີ້ ຈະປະຕິບັດມາດຕະການດ້ານວິຊາການຕໍ່ໄປ ເພື່ອຮັບປະກັນຄວາມປອດໄພຂອງຂໍ້ມູນຄວາມເປັນສ່ວນຕົວຂອງທ່ານ ແລະປ້ອງກັນບໍ່ໃຫ້ເກີດການສູນຫາຍ, ການຮົ່ວໄຫຼ, ການປ່ຽນແປງ ຫຼື ເສຍຫາຍເປັນຕົ້ນ.
  1. ມູນຄວາມເປັນສ່ວນຕົວຂອງທ່ານຈະຖືກປ້ອງກັນ ໂດຍການໃຊ້ລະຫັດຜ່ານ, ການເຂົ້າລະຫັດໄຟລ໌ ແລະ ການໃຊ້ຟັງຊັ່ນ ການລັອກໄຟລ໌ເປັນຕົ້ນ. ສ່ວນຂໍ້ມູນທີ່ມີຄວາມສໍາຄັນຈະໄດ້ຮັບການປ້ອງກັນດ້ວຍຟັງຊັ່ນທີ່ແຍກອອກຕ່າງຫາກ.
  2. ເວັບໄຊດ໌ນີ້ ກໍາລັງໃຊ້ມາດຕະການປ້ອງກັນຄວາມເສຍຫາຍຈາກໄວຣັສຄອມພິວເຕີ ໂດຍໃຊ້ໂປຣແກຣມຕ້ານໄວຣັສ. ເຊິ່ງໂປຣແກມດັ່ງກ່າວຈະຖືກອັບເດດເປັນໄລຍະ ແລະ ເມື່ອໃດກໍ່ຕາມທີ່ເກີດມີໄວຣັສຂຶ້ນ ໂປຣແກມຈະທໍາລາຍທັນທີ ເພື່ອຮັບປະກັນບໍ່ໃຫ້ຂໍ້ມູນຄວາມເປັນສ່ວນຕົວຖືກໂຈມຕີ.
  3. ເພື່ອປ້ອງກັນບໍ່ໃຫ້ຂໍ້ມູນຄວາມເປັນສ່ວນຕົວຂອງທ່ານຮົ່ວໄຫຼ ເນື່ອງຈາກການແຮັກຂໍ້ມູນຈາກຜູ້ບໍ່ຫວັງດີ ຫຼື ວິທີອື່ນໆ, ພວກເຮົາໃຊ້ອຸປະກອນທີ່ສະກັດກັ້ນການບຸກລຸກຈາກພາຍນອກ.
ມາດຕາ13: ຂະບວນການຝາກຂໍ້ມູນຄວາມເປັນສ່ວນຕົວໃນການປະມວນຜົນ
ເພື່ອປັບປຸງການໃຫ້ບໍລິການ ທາງເວັບໄຊດ໌ ອາດຝາກຂໍ້ມູນຄວາມເປັນສ່ວນຕົວຂອງທ່ານໄວ້ກັບໜ່ວຍງານພາຍນອກ ໃນການປະມວນຜົນ.
  1. ກໍລະນີມີການມອບໝາຍການປະມວນຜົນຂໍ້ມູນ ທາງເວັບໄຊດ໌ຈະແຈ້ງໃຫ້ທ່ານຮູ້ລ່ວງໜ້າ.
  2. ກໍລະນີມີການມອບໝາຍການປະມວນຜົນຂໍ້ມູນຄວາມເປັນສ່ວນຕົວ, ຜູ້ໃຫ້ບໍລິການຈະຕ້ອງປະຕິບັດຕາມ ຄໍາແນະນໍາທີ່ກ່ຽວຂ້ອງກັບການປ້ອງຮັກຂໍ້ມູນຄວາມເປັນສ່ວນຕົວຢ່າງເຂັ້ມງວດ, ຄວາມລັບຂອງຂໍ້ມູນຄວາມເປັນສ່ວນຕົວ, ການຫ້າມການສະຫນອງຂໍ້ມູນໃຫ້ແກ່ບຸກຄົນທີສາມ, ແລະ ຄວາມຮັບຜິດຊອບຕ່າງໆໃນກໍລະນີທີ່ເກີດອຸປະຕິເຫດ ຈະຖືກລະບຸຢ່າງຊັດເຈນ ໂດຍຜ່ານສັນຍາການມອບໝາຍ ແລະ ອື່ນໆ, ເຊິ່ງສັນຍາຈະຖືກເກັບໄວ້ເປັນລາຍລັກອັກສອນ ຫຼື ໃນຮູບແບບເອເລັກໂທຣນິກ.
ມາດຕາ 14: ການຮວບຮວມຄວາມຄິດເຫັນ ແລະ ການຈັດການຂໍ້ຮຽກຮ້ອງ
  1. ເວັບໄຊດ໌ນີ້ ໄດ້ສ້າງຊ່ອງທາງໃຫ້ທ່ານສາມາດສົ່ງຄໍາຄິດເຫັນ ແລະ ຂໍ້ຮຽກຮ້ອງກ່ຽວກັບການປ້ອງກັນຄວາມເປັນສ່ວນຕົວໄດ້. ຖ້າຫາກທ່ານມີຂໍ້ຮຽກຮ້ອງໃດໆກ່ຽວກັບຂໍ້ມູນຄວາມເປັນສ່ວນຕົວ, ກະລຸນາຕິດຕໍ່ຫາຜູ້ຈັດການຂໍ້ມູນສ່ວນຄວາມເປັນສ່ວນຕົວຂອງເວັບໄຊດ໌ນີ້ ພວກເຮົາຈະດໍາເນີນການທັນທີທີ່ໄດ້ຮັບຂໍ້ມູນ ແລະ ແຈ້ງຕອບຜົນໄດ້ຮັບໃຫ້ທ່ານຮັບຮູ້.
    1. ຊື່ ແລະ ນາມສະກຸນ ເຈົ້າໜ້າທີ່ປ້ອງກັນຂໍ້ມູນຄວາມເປັນສ່ວນຕົວ : ນາງ ທັດສະດາພອນ ເຄືອບພະພອນ
    2. ເບີໂທລະສັບ : 020 7887 9901
    3. ອີເມລ : marketing@kitcenter.la
ລະບຽບເພີ່ມເຕີມ, ວັນທີ່ບັງຄັບໃຊ້ ແລະ ອື່ນໆ
  1. ນະໂຍບາຍນີ້ມີຜົນບັງຄັບໃຊ້ຕັ້ງແຕ່ ວັນທີ 1 ເມສາ 2025ເປັນຕົ້ນໄປ.

ປະກາດ


​ຫຼ້າ​ສຸດ


ຄໍາຄິດເຫັນໃໝ່